Home » Documents » ການຫັນປ່ຽນທີ່ດິນໃນປະເທດລາວ: ການຊົດເຊີຍແລະການຍົກຍ້າຍຈັດສັນບັນດາຜູ້ທີ່ຖືກກະທົບ ຈາກການພັດທະນາພື້ນຖານໂຄງລ່າງYou are here:  
ການຫັນປ່ຽນທີ່ດິນໃນປະເທດລາວ: ການຊົດເຊີຍແລະການຍົກຍ້າຍຈັດສັນບັນດາຜູ້ທີ່ຖືກກະທົບ ຈາກການພັດທະນາພື້ນຖານໂຄງລ່າງ
By: Wide Life Conservation Association
Published: June 13, 2019
Countries: Laos
Document type: Briefing note
Document ID: 8160
View count: 3026
Email this document
ການຫັນປ່ຽນທີ່ດິນໃນປະເທດລາວ: ການຊົດເຊີຍແລະການຍົກຍ້າຍຈັດສັນບັນດາຜູ້ທີ່ຖືກກະທົບ ຈາກການພັດທະນາພື້ນຖານໂຄງລ່າງ
There is a translation of this document available:

ເພື່ອຫລຸດຜ່ອນສະພາບຄວາມທຸກຈົນຂອງປະຊາຊົນແລະນໍາພາປະເທດອອກຈາກ“ສະພາວະດ້ອຍພັດທະນາ” ພາຍໃນປີ 2020, ໂດຍອີງຕາມນະໂຍບາຍທີ່ຕົນວາງອອກ, ລັດຖະບານແຫ່ງ ສປປ ລາວ (ລັດຖະບານ) ໄດ້ເນັ້ນໜັກໃສ່ການພັດ ທະນາພື້ນຖານໂຄງລ່າງເປັນຕົ້ນ: ການຂຸດຄົ້ນແຮ່ທາດ, ການສ້າງເຂື່ອນໄຟຟ້ານໍ້າຕົກ, ການສ້າງເຄືອຂ່າຍດ້ານໂທລະຄົມ ມະນາຄົມ, ເສັ້ນທາງສັນຈອນ, ຕາຂ່າຍໄຟຟ້າ, ເຂດເສດຖະກິດພິເສດແລະອື່ນໆ.

ປົກກະຕິແລ້ວ, ການພັດທະນາຫລືການກໍ່ສ້າງພື້ນຖານໂຄງລ່າງຂະໜາດໃຫຽ່ຕ້ອງການທີ່ດິນແລະບາງກໍລະນີກໍຕ້ອງການທີ່ດິນຢ່າງຫລວງຫລາຍ. ການຕ້ອງການທີ່ດິນຄືແນວນີ້ອາດເຮັດໃຫ້ມີການຍົກຍ້າຍປະຊາຊົນທີ່ອາໃສຢູ່ທີ່ນັ້ນ. ເຖິງແມ່ນວ່າໃນຫລາຍກໍລະນີທີ່ບໍ່ຕ້ອງການໃຫ້ມີການຍົກຍ້າຍປະຊາຊົນດ້ານກາຍະພາບ, ແຕ່ໂຄງການພັດທະນາອາດຈະກະທົບເຖິງການດໍາລົງຊີວິດຂອງເຂົາເຈົ້າແບບຊົ່ວຄາວຫລືຖາວອນ, ຫລືສ້າງຜົນກະທົບດ້ານອື່ນໆຕໍ່ກັບສິ່ງແວດລ້ອມທໍາມະຊາດແລະສັງຄົມຊຶ່ງເຮັດໃຫ້ບໍ່ສາມາດສືບຕໍ່ດໍາລົງຊີວິດຢູ່ແຫ່ງນັ້ນຕໍ່ໄປໄດ້.