Home » Documents » ການຫັນປ່ຽນທີ່ດິນໃນປະເທດລາວ: ການຊົດເຊີຍແລະການຍົກຍ້າຍຈັດສັນບັນດາຜູ້ທີ່ຖືກກະທົບ ຈາກການພັດທະນາພື້ນຖານໂຄງລ່າງVous êtes ici:  
ການຫັນປ່ຽນທີ່ດິນໃນປະເທດລາວ: ການຊົດເຊີຍແລະການຍົກຍ້າຍຈັດສັນບັນດາຜູ້ທີ່ຖືກກະທົບ ຈາກການພັດທະນາພື້ນຖານໂຄງລ່າງ
Par: Wide Life Conservation Association
Publié: juin 13, 2019
Pays: Laos
Type de document: Note d'information
Document ID: 8160
Nombre de vues: 3025
Envoyer ce document par email
ການຫັນປ່ຽນທີ່ດິນໃນປະເທດລາວ: ການຊົດເຊີຍແລະການຍົກຍ້າຍຈັດສັນບັນດາຜູ້ທີ່ຖືກກະທົບ ຈາກການພັດທະນາພື້ນຖານໂຄງລ່າງ
Une traduction de ce document est disponible:

ເພື່ອຫລຸດຜ່ອນສະພາບຄວາມທຸກຈົນຂອງປະຊາຊົນແລະນໍາພາປະເທດອອກຈາກ“ສະພາວະດ້ອຍພັດທະນາ” ພາຍໃນປີ 2020, ໂດຍອີງຕາມນະໂຍບາຍທີ່ຕົນວາງອອກ, ລັດຖະບານແຫ່ງ ສປປ ລາວ (ລັດຖະບານ) ໄດ້ເນັ້ນໜັກໃສ່ການພັດ ທະນາພື້ນຖານໂຄງລ່າງເປັນຕົ້ນ: ການຂຸດຄົ້ນແຮ່ທາດ, ການສ້າງເຂື່ອນໄຟຟ້ານໍ້າຕົກ, ການສ້າງເຄືອຂ່າຍດ້ານໂທລະຄົມ ມະນາຄົມ, ເສັ້ນທາງສັນຈອນ, ຕາຂ່າຍໄຟຟ້າ, ເຂດເສດຖະກິດພິເສດແລະອື່ນໆ.

ປົກກະຕິແລ້ວ, ການພັດທະນາຫລືການກໍ່ສ້າງພື້ນຖານໂຄງລ່າງຂະໜາດໃຫຽ່ຕ້ອງການທີ່ດິນແລະບາງກໍລະນີກໍຕ້ອງການທີ່ດິນຢ່າງຫລວງຫລາຍ. ການຕ້ອງການທີ່ດິນຄືແນວນີ້ອາດເຮັດໃຫ້ມີການຍົກຍ້າຍປະຊາຊົນທີ່ອາໃສຢູ່ທີ່ນັ້ນ. ເຖິງແມ່ນວ່າໃນຫລາຍກໍລະນີທີ່ບໍ່ຕ້ອງການໃຫ້ມີການຍົກຍ້າຍປະຊາຊົນດ້ານກາຍະພາບ, ແຕ່ໂຄງການພັດທະນາອາດຈະກະທົບເຖິງການດໍາລົງຊີວິດຂອງເຂົາເຈົ້າແບບຊົ່ວຄາວຫລືຖາວອນ, ຫລືສ້າງຜົນກະທົບດ້ານອື່ນໆຕໍ່ກັບສິ່ງແວດລ້ອມທໍາມະຊາດແລະສັງຄົມຊຶ່ງເຮັດໃຫ້ບໍ່ສາມາດສືບຕໍ່ດໍາລົງຊີວິດຢູ່ແຫ່ງນັ້ນຕໍ່ໄປໄດ້.